KB KOLAO LEASING Privacy

1. ພາກສະເໜີ

 ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ຈຳກັດ (“ ບໍລິສັດ” ຫຼື“ ຂອງບໍລິສັດ”) ແມ່ນມີຄວາມສໍຳຄັນຫຼາຍໃນການຮັບປະກັນຄວາມເປັນສ່ວນຕົວຂອງຜູ້ໃຊ້ງານ, ເພື່ອປະຕິບັດພັນທະຂອງບໍລິສັດໃນການເຄົາລົບ ແລະ ປົກປ້ອງຄວາມເປັນສ່ວນຕົວຂອງຜູ້ໃຊ້ງານ, ບໍລິສັດຈະປະຕິບັດຕາມຫຼັກການພື້ນຖານເຫຼົ່ານີ້.
ບໍລິສັດຈະແຈ້ງໃຫ້ຜູ້ໃຊ້ງານ ຮູ້ກ່ຽວກັບຂໍ້ມູນສ່ວນຕົວທີ່ຈະຖືກເກັບກຳ ແລະ ຂໍຄວາມຮ່ວມມືໃນການຍິນຍອມຈາກຜູ້ຂໍໃຊ້ບໍລິການຕາມເໝາະສົມດັ່ງລຸ່ມນີ້:

 • ບໍລິສັດຈະກຳນົດຈຸດປະສົງໃນການເກັບກຳແລະປະມວນຜົນຂໍ້ມູນສ່ວນຕົວຂອງຜູ້ໃຊ້ງານ.

 • ບໍລິສັດຈະເກັບກຳຂໍ້ມູນທີ່ຈຳເປັນເທົ່ານັ້ນເພື່ອປະຕິບັດຕາມຈຸດປະສົງຂອງການນຳໃຊ້.

 • ບໍລິສັດຈະດຳເນີນການໃຫ້ແນ່ໃຈວ່າຂໍ້ມູນສ່ວນຕົວຂອງຜູ້ໃຊ້ງານແມ່ນຖືກຕ້ອງ, ຄົບຖ້ວນ, ແລະ ເປັນຂໍ້ມູນທີ່ຢູ່ໃນຊ່ວງປັດຈຸບັນເທົ່ານັ້ນ.

 • ບໍລິສັດຈະຈັດໃຫ້ມີເຕັກນິກ ແລະ ມາດຕະຖານອີງຕາມຄວາມເໝາະສົມຂອງອົງກອນ, ເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງຜູ້ໃຊ້ງານຢ່າງຖືກຕ້ອງ.

 • ບໍລິສັດຈະພັດທະນານະໂຍບາຍ ແລະ ແນວທາງປະຕິບັດຕ່າງໆຂອງບໍລິສັດເພື່ອໃຫ້ການຈັດການຂໍ້ມູນຂອງຜູ້ໃຊ້ງານບໍລິການມີຄວາມໂປ່ງໃສຕາມຄວາມເໝາະສົມ.

 • ຜູ້ໃຊ້ງານຈະມີສິດເຂົ້າເຖິງຂໍ້ມູນສ່ວນຕົວຂອງຕົນເອງ ແລະ ສາມາດແກ້ໄຂຂໍ້ມູນສ່ວນຕົວຂອງຜູ້ໃຊ້ໄດ້, ເພື່ອໃຫ້ສອດຄ່ອງກັບຄວາມເໝາະສົມ ແລະ ສິດທິຂອງຜູ້ໃຊ້ງານຕາມກົດໝາຍ.

 • ບໍລິສັດຈະຮັບຜິດຊອບຕໍ່ຜູ້ຂໍໃຊ້ບໍລິການໂດຍຍິນດີຮັບຟັງຄວາມຄິດເຫັນຂອງຜູ້ໃຊ້ງານກ່ຽວກັບການປະຕິບັດ, ອີງຕາມ ນະໂຍບາຍຄວາມເປັນສ່ວນຕົວ ແລະ ກົດໝາຍຄຸ້ມຄອງ.

2. ຂອບເຂດນະໂຍບາຍການປົກປ້ອງຄວາມເປັນສ່ວນຕົວ

 2.1 ເປົ້າໝາຍຂອງນະໂຍບາຍກ່ຽວກັບຄວາມເປັນສ່ວນຕົວ

  ນະໂຍບາຍຄວາມເປັນສ່ວນຕົວນີ້ອະທິບາຍວິທີການຄຸ້ມຄອງ, ປົກປ້ອງຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍ​ລິ​ການ ແລະ ສິດທິທາງເລືອກຕ່າງໆກ່ຽວກັບຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການ.

3. ປະ​ເພດ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ບໍ​ລິ​ສັດ​ເກັບ​ລວບ​ລວມ

 3.1 ຂໍ້​ມູນ​​​ສ່ວນ​ຕົວທີ່​ຈຳ​ເປັນ​ທີ່​ບໍ​ລິ​ສັດ​ເກັບ​ໄວ້

   • ຊື່
   • ວັນ​ເດືອນ​ປີ​ເກີດ
   • ເພດ
   • ທີ່​ຢູ່ອີ​ເມວ
   • ທີ່​ຢູ່​ຕາມ​ບັດ​ປະ​ຊາ​ຊົນ ຫຼື ພາ​ສ​ປອດ
   • ທີ່​ຢູ່​ສຳ​ລັບ​ການ​ເອີ້ນ​ເກັບ​ເງິນ
   • ທີ່​ຢູ່​ສຳ​ລັບ​ການ​ຈັດ​ສົ່ງ
   • ລາຍ​ລະ​ອຽ​ດ​ບັນ​ຊີ​ທະ​ນາ​ຄານ ແລະ ຂໍ້​ມູນການ​ຊຳ​ລະ​ເງິນ
   • ​ເບີ​ໂທ​ລະ​ສັບ​ຕິດ​ຕໍ່
   • ໝາຍ​ເລກ​ບັດ​ປະ​ຊາ​ຊົນ ຫຼື ໝາຍ​ເລກ​ພາ​ສ​ປອດ
   • ຂໍ້​ມູນ​ທີ່​ກ່ຽວ​ກັບ​ອຸ​ປະ​ກອນ​ທີ່​ທ່ານ​ຕິດ​ຕັ້ງ​ແອ​ພ​ພ​ຣິ​ເຄ​ເຊິນ​ຂອງ​ບໍ​ລິ​ສັດ ຫຼື
   • ໃຊ້​ອຸ​ປະ​ກອນ​ເພື່ອ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ຂອງ​ຜູ້​ຂໍ​ໃຊ້​ບໍ​ລິ​ການ.
  

 3.2 ຂໍ້​ມູນ​ອຸ​ປະ​ກອນ ແລະ​ບັນ​ທຶກ​ການ​ເຂົ້າ​ເຖິງ​ເມື່ອ​ຜູ້​ຂໍ​ໃຊ້​ບໍ​ລິ​ການ​ຂອງ​ບໍ​ລິ​ສັດ

   • ບໍ​ລິ​ສັດ​ອາດ​ຈຳ​ເປັນ​ຕ້ອງ​ເກັບ​ຮັກ​ສາ​ຂໍ້​ມູນ​ສະ​ແດງ​ຕົວ​ຕົນ​ທາງ​ເອ​ເລັກ​ໂຕ​ນິກ ຫຼື ບັນ​ທຶກ​ຂໍ້​ມູນ​ທີ່​ໄດ້​ມາ​ໂດຍ​ອັດ​ຕະ​ໂນ​ມັດ ຈາກ​ອຸ​ປະ​ກອນ​ຂອງ​ຜູ້​ຂໍ​ໃຊ້​ບໍ​ລິ​ການ​ບາງ​ລາຍ​ການ​ເຊັ່ນ: ປະ​ເພດ​ອຸ​ປະ​ກອນ, ລະ​ບົບ​ປະ​ຕິ​ບັດ​ການ, ເລກ​ທີ່​ຢູ່​ຂອງອຸປະກອນ (IP address), ຂໍ້​ມູນບ​ຣາວ​ເຊີ (Browser), ການ​ຕັ້ງ​ຄ່າ​ພາ​ສາ, ຕົວ​ລະ​ບຸ​ເຄື່ອງ, ແລະ ຂໍ້​ມູນ​ຄຸກ​ກີ້ (Cookie) ຕົວ​ລະ​ບຸ​ໂຄ​ສະ​ນາ.
   • ໃນ​ບາງ​ກໍ​ລະ​ນີ​ທ່ານ ​ຕິດ​ຕໍ່​ກັບ​ບໍ​ລິ​ສັດ​ເພື່ອ​ຂໍ​ຮັບ​ການ​​ຊ່ວຍ​ເຫຼືອ​ລູກ​ຄ້າ​ຈາກ​ບໍ​ລິ​ສັດ, ​ບໍ​ລິ​ສັດ​ຈະ​ຂໍ​ຮັບ ຫຼື ເກັບ​ຮັກ​ສາ​ຂໍ້​ມູນ​ການ​ຕິດ​ຕໍ່​ຕ່າງໆ​ເຊັ່ນ: ທີ່​ຢູ່​ອີ​ເມວ, ໝາຍ​ເລກ​ໂທ​ລະ​ສັບ, ​ຂໍ້​ມູນ​ອຸ​ປະ​ກອນ​ເຄື່ອນ​ທີ່​ຂອງ​ທ່ານ ຫຼື ຄອມ​ພິວ​ເຕີ​ສ່ວນ​ຕົວ. ບໍ​ລິ​ສັດ​ຈະ​ໃຊ້​ຂໍ້​ມູນ​ນີ້​ໃນ​ການ​ແກ້​ໄຂ, ກວດ​ສອບ​ບັນ​ຫາ​ທີ່​ທ່ານ​ສົ່ງ​ມາ​ຍັງ​ບໍ​ລິ​ສັດເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຜູ້​ຂໍ​ໃຊ້​ບໍ​ລິ​ການ ແລະ ປັບ​ປຸງ​ບໍ​ລິ​ການ​ຊ່ວຍ​ເຫຼືອ​ລູກ​ຄ້າ​ຂອງ​ບໍ​ລິ​ສັດ​ຕໍ່​ໄປ.